ບົດສຳຫຼວດນີ້ ໄດ້ນຳສະເຫນີຂໍ້ມູນເຊີງເລິກກ່ຽວກັບສະພາບຊີວິດການເປັນຢູ່ຂອງ ແຮງງານເຄື່ອນຍ້າຍ ທີ່ພັກອາໄສຢູ່ ສູນກັກກັນ ໃນຊ່ວງທີ່່ມີການລົງໄປສຳພາດ. ຄຳຖາມສຳພາດ ແມ່ນໄດ້ຖາມກ່ຽວກັບ ຂໍ້ມູນພື້ນຖານ, ການເດີນທາງຂອງແຮງງານເຄື່ອນຍ້າຍ, ແຜນໃນອະນາຄົດ ແລະ ຜົນກະທົບຂອງ ພະຍາດ COVID-19 ຕໍ່ຊີວິດຂອງພວກເຂົາ. ພ້ອມນັ້ນ, ຍັງໄດ້ນຳສະເຫນີຂໍ້ມູນກ່ຽວກັບຜົນກະທົບຂອງພະຍາດ COVID-19 ຕໍ່ກັບກຸ່ມສ່ຽງ ເຊິງກໍ່ແມ່ນ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຈຳນວນ 40 ຄົນ.
